ການດັແຂ້ວແບບໄຮ້ຢາງຮັດຊ່ວຍຈັດຄວາມຍຸ່ງຍາກໃນການຍຶດລວດດັດແຂ້ວດ້ວຍຢາງທີ່ໃຊ້ໃນການດັດແຂ້ວແບບທຳມະດາບາງຄັ້ງເປັນທີ່ຮູ້ກັນວ່າການດັດແຂ້ວແບບໄຮ້ຢາງຮັດເປັນການດັດແຂ້ວທີ່ວ່ອງໄວໃຊ້ແຮງສຽດນ້ອຍກວ່າເຈັບນ້ອຍກວ່າແລະພົບທັນຕະແພດນ້ອຍຄັ້ງ
ຂໍ້ດີຂອງການດັດແຂ້ວແບບໄຮ້ຢາງຮັດ
ນະວັດຕະກຳໃໝ່ຂອງການດັດແຂ້ວແບບໄຮ້ຢາງຮັດ:
- ແຂ້ວເຄື່ອນທີ່ເຂົ້າຮູບລຽງຕົວໄວ
- ຮັກສາຄວາມສະອາດຊ່ອງປາກແລະແຂ້ວໄດ້ງ່າຍຂື້ນຈຶ່ງຊ່ວຍຫຼຸດໂອກາດເກິດແຂ້ວຜຸແລະໂລກເຫງືອກ
- ເນື່ອງຈາກບໍ່ຕ້ອງໃຊ້ຢາງຮັດແຂ້ວຊຶ່ງເປັນແຫລ່ງສະສົມຂອງຄາບຫິນປູນແບັກທີເລຍທຳໃຫ້ສຸຂະພາບໃນຊ່ອງປາກດີ
- ມາພົບທັນຕະແພດນ້ອຍຄັ້ງລົງ (ບໍ່ຕ້ອງມາທຸກເດືອນ)
ເປັນນະວັດຕະກຳແລະເທກໂນໂລຍີຂ້ນສູງທີ່ທັນສະໃໝກົນໄກບານເລື່ອນ ປິດ-ເປິດ ແບບໃໝ່ທີ່ເປັນເອກລັກຊ່ວຍຫຼຸດແຮງສຽດທານທີ່ເກິດຈາກການຮັດກລວດ ຜົນຈາກນະວັດຕະກຳນີ້ທຳໃຫ້ການເຄ່ອນທີ່ຂອງແຂ້ວເປັນໄປຢ່າງນຸ່ມນວນແລະວ່ອງໄວ ແລະໄດ້ແຂ້ວທີ່ລຽງຕົວຢູ່ໃນຕຳແໜ່ງທີ່ເໝາະສົມຢ່າງວ່ອງໄວ
ຂັ້ນຕອນຂອງການດັດແຂ້ວແບບໄວ
ຂັ້ນຕອນການດັດແຂ້ວທີ່ໂຮງໝໍ BIDH ຈະເລີ່ມຈາກການປຶກສາ ວາງແຜນການຮັກສາກ່ຽວກັບຊະນິດຂອງເຄື່ອງມື ດັດແຂ້ວທີ່ົນໄຂ້ເລືອກຫລືການຕັດສິນໃຈ
ຂັ້ນຕອນທີ 1: ການກວດວິນິໃສແລະການວາງແຜນການຮັກສາ
ເມື່ອຄົນໄຂ້ຕັດສິນໃຈເລືອເຄື່ອງມືັດແຂ້ວແບບສີຄືແຂ້ວ ທັນຕະແພດຈະທຳການຖ່າຍເອັກຊະເລ ທຳການພິມປາກເພື່ອວາງແຜນການຮັກສາ
ໃນກໍລະນີຕ້ອງຖອນແຂ້ວ ຂູດຫິນປູນຫລືອຸດແຂ້ວຕ້ອງທຳໃຫ້ສຳເລັດກ່ອນທີ່ຈະຕິດເຄື່ອງມື

Digitalized X-ray
Panoramic and Celphlometric Imaging
ຂັ້ນຕອນທີ 2 :ການຕິດເຄື່ອງມື

ທັນຕະແພດຈະການຕິດເຄື່ອງມືແຂ້ວຕາມແນວທາງແຜນການຮັກສາ ທີ່ໂຮງໝໍ BIDHທັນຕະກຳດັດແຂ້ວແບບທົ່ວໄປຫລືແບບໄຮ້ຢ່າງຮັດ ຍີ່ຫໍ່ທີ່ໃຊ້ຄື:
- Metal brackets : Damon Q and 3M Gemini SL
- Clear brackets : Damon Clear and 3M Clarity SL
ເຄື່ອງມືການດັດແຂ້ວທຸກຊະນິດເລືອຢູ່ເທິງພື້ນຖານຈາກເຄດກໍລະນີສຶກສາທີ່ປະສົບການຄວາມສຳເລັດ ການກວດສອບສິດທິບັດທີ່ຮັບານຸຍາດແລະເປັນລະບົບທີ່ຕ້ອງຂື້ນທົ່ວໂລກຈາກບໍລິສັດຊັ້ນນຳທີ່ມີຊື່ສຽງ
ຂັ້ນຕອນທີ 3 : ການປັບເຄື່ອງມືລາຍເດືອນ
ການມາປັບເຄື່ອງມືທຸກໆເດືອນນັ້ຮນສຳຄັນຫລາຍເພາະທັນຕະແພດຈະກວດສອບຄວາມຄືບໜ້າແລະປ່ຽນລວດດັດແຂ້ວຕາມລະຍະເວລາ ອາດຈະເກິດຄວາມຕຶງຈາກການປັບແລະດຶງເຄື່ອງມືເພື່ອຢູ່ໃນແນວທີ່ເໝາະສົມ
ພົບທັນຕະແພດທຸກໆ6-8ສັບດາ ຂື້ນກັບຊະນິດຂອງເຄື່ອງມືດັດແຂ້ວ

ຂັ້ນຕອນ 4 ການຖອດເຄື່ອງມືດັດແຂ້ວແລະທຳເຄື່ອງຄົງສະພາບແຂ້ວ
ຫລັງຈາກການດັດແຂ້ວເສັດສິ້ນ ທັນຕະແພດຈະທຳການຖ່າຍເອັກຊະເລຫລັງຈາກການຮັກສາ ແລະຖອດເຄື່ອງມື ທັນຕະແພດຈະທຳການພິຶມປາກທຳເຄື່ອງົງສະພາບແຂ້ວຢ່າງຕໍ່ເນື່ອງແລະສະໝ່ຳສະເໝີເພື່ອເປັນການຄົງສະພາບແຂ້ວຢູ່ໃນຕຳແໜ່ງເດິມ

