ການຮັບປະກັນທາງທັນຕະກຳ
ຂັ້ນຕອນການທຳທັນຕະກຳທີ່ໂຮງໝໍກຸງເທບອິນເຕີເນຊັ່ນແນລຂື້ນຢູ່ກັບການຄວບຄຸມມາດຕະຖານທີ່ຊັດເຈນ ທຳໃຫ້ມັ່ນໃຈໄດ້ເຖິງການຮັກສາທີ່ມີປະສິດຕິພາບແລະປອດໄຟ ເປັນສິ່ງທີ່ສຳຄັນທີ່ທ່ານຈະຕ້ອງດູແລແລະຮັກສາແຂ້ວແລະເຫງືອກຂອງທ່ານຕໍ່ໄປຫລັງຈາກໄດ້ຮັບການຮັກສາທີ່ໂຮງໝໍທັນຕະກຳຂອງເຮົາ
ກະລຸນາທຳກວດສຸຂະພາບແຂ້ວຂອງທ່ານກັບທັນຕະແພດຢ່າງນ້ອຍປີລະສອງຄັ້ງ ເພື່ອໃຫ້ຜົນລັບໃນລະຍະຍາວແລະເພື່ອໃຫ້ແນ່ໃຈວ່າແນວທາງທັນຕະກຳຂອງທ່ານຈະຖຶກຕ້ອງ ແມ່ນຈະມີມາດຕະຖານຄວບຄຸມທີ່ສູງແຕ່ງານທັນຕະກຳບາງຄັ້ງກໍບໍ່ສາມາດຢູ່ໄດ້ນານເທົ່າທີ່ຄວນເນື່ອງຈາກປັດໃຈຫລາຍປະການ ທີ່ໂຮງໝໍທັນຕະກຳຂອງເຮົາໃຫ້ການຮັບຮອງໃນງານທີ່ກ່ຽວກັບທາງທັນຕະກຳເທົ່ານັ້ນ
ວີເນຍ:ຄອບແຂ້ວ:ສະພານແຂ້ວ:ວີເນຍແລະແຂ້ວປອມ
- ວີເນຍ,ຄອບແຂ້ວ,ສະພານແຂ້ວ,ອິນເລ,ອອນເລແລະແຂ້ວປອມມີການຮັບປະກັນ2ປີ
- ວັນທີ່ເລີນຕົ້ນລະຍະເວລາການຮັບປະກັນແຂ້ວນັບຈາກວັນທີ່ກຳໜົດຂອງແຂ້ວທຳງານ
- ໂຮງໝໍທັນຕະກຳຂອງເຮົາບໍ່ມີນະໂຍບາຍໃຫ້ສ່ວນຫຼຸດຄືນເງີນຫລືຊຳລະເງີນຄ່າຮັກສາທາງທັນຕະກຳ
- ງານທັນຕະກຳຈະຢູ່ພາຍໃຕ້ການຮັບປະກັນທີ່ຈະໄດ້ຮັບການປັບປຸງຊ່ອມແຊມ ໂດຍທັນຕະແພດຂອງເຮົາໃນກຸງເທບມະຫານະຄອນປະເທດໄທເທົ່ານັ້ນ
- ໃນການຮຽກຮ້ອງການຮັບປະກັນຄວາມຜິດປົກກະຕິຈະຕ້ອງໄດ້ຮັບແຈ້ງຢ່າງເປັນທາງການໄປຍັງໂຮງໝໍທັນຕະກຳເຮົາພາຍໃນລະຍະເວລາຮັບປະກັນສອງປີ
- ແຂ້ວຜຸຊ້ຳຊ້ອນ,ການຕິດເຊື້ອເຫງືອກ,ພາວະເຫລືອກລົ່ນແລະປັນຫາທີ່ເກິດຈາກແຂ້ວໂດຍຮອບ/ໄກ້ຄຽງຫລືອຸປະຕິເຫດຫລັງຈາກງານທັນຕະກຳບໍ່ຄວບຄຸມພາຍໃຕ້ການຮັບປະກັນ1ປີ
- ໂຮງໝໍທັນຕະກຳຂອງເຮົາຈະບໍ່ຮັບຜິດຊອບຕໍ່ການຮັກສາຄອງຮາກແຂ້ວທີ່ຄາດການນີບໍ່ໄດ້ຫລັງມີການກຽມແຂ້ວສຳຫລັບຄອບແຂ້ວແລະສະພານແຂ້ວ
- ການຮັບປະກັນສາມາດໃຊ້ໄດ້ກັບງານທີ່ເໝາະສົມກັບຜູ້ປ່ວຍ ການກວດສຸຂະພາບປະຈຳປີມີຄວາມສຳຄັນຕໍ່ຄວາມສຳເລັດໃນລະຍະຂອງການຮັກສາ ລະຍະເວລາໃນການຮັກສາຂອງຄົນໄຂ້ຈະຂື້ນຢູ່ກັບການບຳລຸງຮັກສາຫລັງການຮັກສາແລະກວດສຸຂະພາບຢ່າງສະຜໝ່ຳສະເໝີກັບທັນຕະແພດ
ທັນຕະກຳຮາກແຂ້ວທຽມ
- ເສົາຂອງຮາກແຂ້ວທຽມທຸກກໍລະນີມີການຮັບປະກັນທັນຕະກຳ5ປີ ອຸປະກອນທັນຕະກຳຮາກທຽມທັ້ງໝົດມີການຮັບປະກັນສອງປີ
- ຄ່າທຳນຽມທັນຕະກຳຮາກແຂ້ວສທຽມມີນະໂຍບາຍຄືນເງີນຫລືໃຫ້ສ່ວນຫຼຸດແມ່ນໂຮງໝໍຂອງເຮົາຈະມີອັດຕາການຝັງຮາກທຽມທີ່ມີຄວາມສຳເລັດສູງ ກໍອາດຈະເປັນໄປໄດ້ທີ່ການຊື່ອປະສານກັນຂອງຮາກທຽມກັບກະດູກຂາກັນໄກຣອາດຈະບໍ່ເກິດຂື້ນເນື່ອງຈາກເຫດຜົນຕ່າງໆທີ່ອາດບໍ່ຢູ່ໃນການຄວບຄຸມຂອງທັນຕະແພດ
- ຫາກການວາງຕຳແໜ່ງຮາກແຂ້ທຽມຄັ້ງແລກບໍ່ສຳເລັດການວາງຮາກແຂ້ວທຽມຄັ້ງທີສອງແລະການຜ່າຈະຕັດຈະດຳເນິນການໂດຍຊຽວຊານທາງດ້ານການຝັງຮາກແຂ້ວທຽມຂອງເຮົາທີ່ໂຮງໝໍໂດຍບໍ່ເສຍຄ່າໃຊ້ຈ່າຍມໃດໆເພິ່ມເຕິມ
- ຫາກຕ້ອງການຝັງຮາກແຂ້ວທຽມໃນພາຍຫລງັໃນຕຳແໜ່ງດຽວກັນ ຈະມີຄ່າຜ່າຕັດເພິ່ມຂື້ນ
- ໃນການຮຽກຮ້ອງການຮັບປະກັນ ຄວາມຜິດພາດໃດໆ ຈະຕ້ອງໄດ້ຮັບການຮັບແຈ້້ງຢ່າງເປັນທາງການໄປຍັງໂຮງໝໍຂອງເຮົາພາຍໃນລະຍະເວລາຮັບປະກັນຕາມທີ່ກຳໜົດ
- ການຮັບປະກັນຈະຖືເປັນໂມຂະ ຫາກມີການປັບປ່ຽນຫລືແກ້ໄຂຮາກທຽມໂດຍທັນຕະແພດຄົນອື່ນຫລັງການຮັກສາ
ການຮັບປະກັນການຮັກສາຄອບຄຸມຄ່າທັນຕະແພດແລະຄ່າວັສດຸ ຢ່າງໃດກໍຕາມການຮັບປະກັນຈະບໍ່ມີຄອບຄຸມຄ່າໃຊ້ຈ່າຍໃນການເດິນທາງ ທີ່ພັກ ຄ່າໃຊ້ຈ່າຍທັນຕະກຳໃນຕ່າງປະເທດທີ່ກຳໜົດໂດຍທັນຕະແພດຄົນອື່ນໃນປະເທດຂອງຜູ້ປ່ວຍທີ່ທຳການຮັກສາຫລືການສູນເສຍອາດຈະຕາມມາ
ການຮັບປະກັນທາງທັນຕະກຳໃນປະເທດບໍ່ຄວບຄຸມຄວາມເສຍຫາຍຂອງງານທັນຕະກຳທີ່ເກິກຈາກຫລືກ່ຽວກັບທັນຕະແພດຄົນອື່ນ BIDHຈະເປັນການຮັບຜິດຊອບງານທັນຕະກຳກ່ອນຫລືງານທັນຕະກຳ ຊຶ່ງເປັນການຮັກສາທີ່ຕໍ່້ເນື່ອງ ການຮັບປະກັນທາງທັນຕະກຳຈະເປັນໂມຄະຫາກງານທັັນຕະກຳໄດ້ຮັບການປັບປຸງຫລືແກ້ໄຂໂດຍທັນຕະແພດຄົນອື່ນຫລັງການຮັກສາ ເວ້ນແຕ່ຜູ້ປ່ວຍຈະແຈ້ງຊາບລ່ວງໜ້າເປັນລາຍລັກອັກສອນກ່ຽວກັບການປັບປ່ຽນຫລືແກ້ໄຂດ້ວຍຄວາມນິຍົມຈາກຜູ້ຊຽວຊານດ້ານທັນຕະກຳຂອງເຮົາ ໂດຍສາມາດແຈ້ງໄດ້ທີ່contact@thailanddentalhospital.com