ການດັດແຂ້ວຮ່ວມກັບການຜ່າຕັດຂາກັນໄກຣ
ການດັດແຂ້ວຮ່ວມກັບການຜ່າຕັດຂາກັນໄກຣ
ການຜ່າຕັດແກ້ໄຂຂາກັນໄກຣໂດຍທັນຕະແພດສັນຍະກຳຜູ້ຊຽວຊານ
ແກ້ຄວາມຜິດປົກກະຕິຂອງໂຄງກະດູກເພື່ອຄວາມໝັ່ນໃຈ
ສູນທັນຕະກຳດັດແຂ້ວ BIDHມີທີມທັນຕະແພດທີ່ມີປະສົບການສູງແລະມີຄວາມຊຽວຊານສູງໃນດ້ານສັນຍະແພດຊ່ອງປາກແລະທັນຕະແພດດັດແຂ້ວທີ່ດຳເນິນການດັດແຂ້ວໃນໂຮງໝໍທັນຕະກຳຂອງເຮົາ
ດັດແຂ້ວຮ່ວມກັບການຜ່າຕັດຂາກັນໄກຣ ໝາຍເຖິງການຜ່າຕັດຂາກັນໄຣແບບແກ້ໄຂຄວາມຜິດປົກກະຕິຂອງກາມແລະແກ້ໄຂຄວາມຜິດປົກກະຕິຂາກັນໄກຣຫລືຄວາມຜິດປົກກະຕິຂອງໂຄງກະດູກ ການຜ່າຕັດຂາກັນໄກຣເປັນການຮັກສາທີ່ສຳຄັນທີ່ຕ້ອງມີການວາງແຜນລ່ວງໜ້າແລະວາງແຜນຮ່ວມກັນໃນທີມສັນຍະກຳແລະທັນຕະແພດດັດແຂ້ວ
ນອກເໜືອຈາກການທີ່ມີປະສົບຄວາມສຳເລັດທາງດ້ານຜົນລັບທາງດ້ານການຮັກສາທາງທຸລະກິດຂອງທັນຕະແພດຂອງສູນທັນຕະກຳແລ້ວ ການມຸ່ງເນ້ນຄວາມປອດໄຟຂອງຜູ້ປ່ວຍເປັນໜຶ່ງໃນຄວາມສຳຄັນສູງສຸດຂອງສູນທັນຕະກຳBIDHຂອງເຮົາອີກດ້ວຍ ລະບົບການຄວບຄຸມການຕິດເຊື້ອຈຶ່ງຖຶກນຳມາໃຊ້ພາຍໃນໂຮງໝໍແລະຫ້ອງປະຕິບັດການຂອງເຮົາໂດຍມີແນວທາງທີ່ຊັດເຈນ
ຜູ້ປ່ວຍບາງລາຍທີ່ມີຄວາມຜິດປົກກະຕິຂອງຂາກັນໄກຣທີ່ບໍ່ສາມາດຮັດສາໄດ້ດ້ວຍວິທີການດັດແຂ້ວແບບທົ່ວໄປພຽງຢ່າງດຽວໄດ້ ທັນຕະແພດດັດແຂ້ວຊຶ່ງເປັນຜູ້ຊຽວຊານດ້ານທັນຕະກຳຈະເປັນຜູ້ທຳການວິນິໃສຈະແຈ້ງໃຫ້ຊາບທາງເລືອກໃນກາຮັກສາຕ່າງໆ
ທັນຕະແພດທຳການວາງແຜນກາຮັກສາໃຫ້ເໝາະສົມໃນແຕ່ລະການຮັກສາເປັນຂັ້ນຕອນແລກດ້ວຍການຖ່າຍພາບດິຈິຕອລເອກຊະເລ ພາໂນຮາມິກ ດ້ານໜ້າຕົງ ແລະເອກຊະເລດ້ານຂ້າງກະໂຫລກຫົວແລະພິມປາກທຳແບບຈຳລອງຫາກທັນຕະແພດແລະຜູ້ປ່ວຍຕັດສິນໃຈວ່າການຮັກສາໂດຍການຜ່າຕັດຂາກັນໄກຣເປັນວິທີການຮັກສາທີ່ເໝ!ະສົມແລ້ວເອກຊະເລCT scan 3ມິຕິກໍ່ຈຳເປັນເຊັ່ນກັນເພື່ອສັນຍະແພດທາງດ້ານຊ່ອງປາກໃຊ້ທຳການວິນິໃສແລະປະເມິນຜົນເພິ່ມເຕິມໃນການວາງແຜນການຮັກສາ
ຈາກນັ້ນນັດໝາຍກັບທັນຕະແພດເພື່ອຍືນຍັນແຜນການຮັກສາສຳຫລັບການຜ່າຕັດກ່ອນການຮັກສາຈະເລີ່ມຕົ້ນ
Diangostic Treatment Plan
ກ່ອນວັນເຂົ້າຮັບການຜ່າຕັດຈິງສັນຍະແພດທາງດ້ານຊ່ອງປາກຈະສະເໜີເຖິງຕົວເລືອກໃນການເຂົ້າຮັບການຜ່າຕັດຂາກັນໄກຣ ຟໂດຍທົ່ວໄປຈະໃຊ້ເວລາ1-ໂຊົ່ວໂມງໃນການຜ່າຕັດພາຍໃຕ້ການດົມຢາສະລົບ
ການກວດສຸຂະພາບຮ່າງກາຍຈະເກິດຂື້ນກ່ອນວັນຜ່າຕັດເພື່ອໃຫ້ຄວາມແນ່ໃຈວ່າຜູ້ປ່ວຍມີສຸຂະພາບທີ່ສົມຄວນແກ່ການເຂົ້າຮັບການຜ່າຕັດໄດ້ ຄວາມສ່ຽງທີ່ອາດຈະເກິດຂື້ນໄດ້ຈາກການຜ່າຕັດ ໄດ້ແກ່ ອາການເຈັບ,ປວດ,ບວມ,ເລືອດອອກ,ການຕິດເຊື້ອແລະອາການບໍ່ພຶງປະສົງທີ່ເກິດຈາກການວາງຢາສະລົບຜູ້ປ່ວຍຈະຕ້ອງຢູ່ໃນໂຮງໝໍ1-2ວັນພາຍໃຕ້ການດູແລຜູ້ປ່ວຍໃນຂອງທາງໂຮງໝໍແລະລັງຈາກນັ້ນຈຳເປັນຕ້ອງພັກຟື້ນຕໍ່ທີ່ບ້ານຫລັງຈາກການອອກຈາກໂຮງໝໍແລ້ວ
ຫລັງຈາກການຟື້ນຕົວຈາກການຜ່າຕັດຂາກັນໄກຣແລ້ວການຮັກສາຍັງຄົງດຳເນິນຕໍ່ເນື່ອງດ້ວຍການດັດແຂ້ວເພື່ອໃຫ້ໝັ່ນໃຈວ່າຕຳແໜ່ງຂອງຂາກັນໄກຣຢູ້່ໃນແນວດຽວກັນແລະເໝາະສົມກັບຕຳແໜ່ງຂອງການບົດຄ້ຽວ
ການດັດແຂ້ວຊະນິດຕິດແນ່ນຫລືການດັດແຂ້ວຍັງຄົງໃສ່ຈົນກວ່າການຮັກສາຈະເສັດສິ້ນ ປະເພດຂອງການດັດແຂ້ວໄດ້ຖຶກເລືອກໄວ້ແລ້ວໂດຍຜູ້ປ່ວຍແລະທັນຕະແພດໃນຂັ້ນຕອນຂອງການວາງແຜນການຮັກສາເມື່ອການດັດແຂ້ວຜູ້ປ່ວຍຈະຕ້ອງຢູ່ໃນຕຳແໜ່ງທີ່ຄົງທີ່
ປະເພດຂອງເຄື່ອງມືດັດແຂ້ວ