ການສູນເສຍແຂ້ວ1ເຫຼັມ
ການສູນເສຍແຂ້ວ1ເຫຼັມ
ການທົດແທນແຂ້ວທີ່ສູນເສຍໄປດ້ວຍທັນຕະກຳຮາກແຂ້ວທຽມ
ທັນຕະກຳຮາກແຂ້ວທຽມເປັນການຮັກສາເພື່ອທົດແທນແຂ້ວທີ່ສູນເສຍໄປ ການຮັກສາປະເພດນີ້ເປັນທາງເລືອກຂອງການທົດແທນແຂ້ວທີ່ຫາຍໄປເນື່ອງຈາກ :

ຂະບວນການຮັກສາເລີ່ມຕົ້ນດ້ວຍການວາງແຜນການຮັກສາກ່ອນສະເໝີ ທັນຕະແພດທຳການປະເມິນຕຳແໜ່ງ ບໍລິເວນທີ່ຕ້ອງການຝັງຮາກທຽມ ແລະທຳການເອກຊະເລແບບດິຈິຕອລ (ພາໂຣນານິກເອກຊະເລ)ແລະເອກຊະເລ CTscan 3D
ເພື່ອວິນິໃສວາງແຜນການຮັກສາແລະພິຈາລະນາເລືອກປະເພດຂອງບົບຮາກທຽມໃຫ້ເໝາະສົມໃນແຕ່ລະກໍລະນີ ໃນບາງຄັ້ງທັນຕະແພດອາດຈະທຳການພິມປາກເພື່ອທຳແບບຈຳລອງແຂ້ວໄວ້ດ້ວຍ
ຂັ້ນຕອນການວາງແຜນການຮັກສາເປັນສິ່ງທີ່ສຳຄັນເນື່ອງຈາກທັນຕະແພດຈະໃຫ້ຄຳແນະນຳທີ່ຖຶກຕ້ອງແລະຊັດເຈນ ສຳຫລັບແຕ່ລະກໍລະນີເພື່ອຄວາມແມ່ນຍຳຂອງການຝັງຮາກທຽມແລະຫຼຸດຄວາມສ່ຽງທີ່ອາດຈະເກິດຂື້ນ
ທັນຕະແພດໃຫ້ຄຳປຶກສາກ່ຽວກັບທາງການເລືອກປະໂຫຍດຈະໄດ້ຮັບຈາກການຮັກສາແລະຄວາມສ່ຽງຂອງຂັ້ນການຮັກສາ
ຫລັງຈາກໄດ້ວາງແຜນການຮັກແລ້ວທັນຕະແພດຈະເລີ່ມທຳການຜ່າຕັດຝັງຮາກທຽມໃນຂັ້ນຕອນທີ1ໂດຍທົ່ວໄປແລ້ວການຝັງຮາກແຂ້ວທຽມຈະໃຊ້ເວລາປະມານ30ນາທີເຖິງ1ຊົ່ວໂມງຕໍ່ເຫຼັມ ການກຳໜົດເວລາທີ່ໃຊ້ໃນການຜ່າຕັດຝັງຮາກແຂ້ວທຽມນັ້ນຈະແຕກກັນອອກໄປຕາມຕຳແໜ່ງ ວິທີການແລະລະບົບຮາກແຂ້ວທຽມທັນຕະແພດເລືອກໃຊ້ການຝັງຮາກແຂ້ວທຽມມັກທຳຫັດຖະການພາຍໃຕ້ຢາຊາ ແລະທີ່ໂຮງໝໍຂອງເຮົາ ຜູ້ປ່ວຍສາມາດເລືອກທີ່ຈະທຳການຜ່າຕັດຝັງຮາກແຂ້ວທຽມໄດ້ ໂດຍວາງຢາສະລົບຫຼືການທຳຫັດຖະການພາຍໃຕ້ວິທີການກົດປະສາດອື່ນໆ
ໃນຕຳແໜ່ງທ່ຝັງຮາກແຂ້ວທຽມ ເຫງືອຈະຍິບແລະມີຝາຄອບຮາກທຽມເພື່ຶອປ້ອງກັນເສດອາຫານຕິດຢູ່ທີ່ບໍລຂອບຂອງຮາກແຂ້ວທຽມຫຼັງຈາກນັ້ນທັນຕະແພດຈະນັດກວດຕິດຕາມອາການໂດຍທົ່ວໄປຈະນັດປະມານ5ເຖິງ10ວັນຫຼັງຈາກທີ່ຝັງຮາກທຽມຮຽບຮ້ອຍແລ້ວ

ຫຼັງຈາກທີ່ຝັງຮາກແຂ້ວທຽມຮຽບຮ້ອຍແລ້ວຈະຕ້ອງລໍຖ້າໃຫ້ຮາກແຂ້ວທຽມປະສານລວມກັບກະດູກປະມານ2ເຖິງ6ເດືອນຫຼືຫລາຍກວ່ານັ້ນເມື່ອຄົບກຳໜົດແລ້ວທັນຕະແພດຈະທຳການນັດ ເພື່ອຕິດຕາມອາການໂດຍຈະມີການຖ່າຍເອກຊະເລພາໂນຮາມິກເພື່ອກວດສອບວ່າຮາກທຽມໄດ້ປະສານລວມກັບກະດູກດີແລ້ວຫຼືບໍ່ຫາກຮາກທຽມປະສານລວມກັບກະດູກຢ່າງດີແລ້ວ ທັນຕະແພດຈະຖອດຝາຄອບທີ່ປ້ອງກັນເສດອາຫານອອກແລະຈະການພິມປາກຫລືສະແກນໃນຊ່ອງປາກເພື່ອທຳຕົວຍືດຮາກທຽມແລະຄອບແຂ້ວຕໍ່ໄປ
ທີ່BIDH ຫ້ອງປະຕິບັດການທັນຈຕະກຳແບບດິຈິທັລພາໃນອາຄານຂອງເຮົາເອງ
ທັນຕະແພດສາມາດກຳໜົດຮູບຮ່າງແລະລັກະຊະນະຂອງຕົວຍືດຮາກທຽມເພື່ອໃຫ້ມີຄວາມພໍດີກັບລັກຊະນະການກັດ ການຄ້ຽວໃນແຕ່ລະບຸກຄົນ
ທັນຕະແພດຈະທຳການເລືອກເສດສີຂອງແຂ້ວໂດຍປົກກະຕິທຽບກັບເສດສີຂອງແຂ້ວໃນບໍລິເວນໄກ້ຄຽງເພື່ອໃຫ້ເບິ່ງເປັນທຳມະຊາດຫລາຍທີ່ສຸດ
ຮູບຮ່າງຂອງຕົວຍືດແລະສີຂອງແຂ້ວທີ່ເລືອກຈະຖຶກສົ່ງໄປຍັງ
ຄອບແຂ້ວແລະຕົວຍືດຖຶກຜະລິດຂື້ນໂດຍເຄື່ອງພິມລະບົບດຈິຕອລທີ່ຄວາມໄວຕອບສະໜອງຢູ່ທີ່24ຮອບ ຈຶ່ງທຳໃຫ້ທັນຕະແພດສາມາດນັດມາໃສ່ຄອບແຂ້ວເທິງຮາກທຽມໄດ້ໃນເວລາພຽງປະມານ3ວັນ