ສະພານແຂ້ວເທິງຮາກທຽມອາດຈະແທນແຂ້ວທີ່ຫາຍໄປຫລາຍເຫຼັມພ້ອມກັນປະໂຫຍດສະພານເທິງຮາກແຂ້ວທຽມປະກອບດ້ວຍ
- ມີຄວາມແຕກຕ່າງຈາກສະພານແຂ້ວທົ່ວໄປ ສາມາດທຳການຮັກສານີ້ເພື່ອທົດແທນແຂ້ທີ່ຫາຍໄປຫລາຍເຫຼັມໂດຍບໍ່ຕ້ອງກໍແຂ້ວທຳມະຊາດເຫຼັມຂ້າງຄຽງ
- ສະພານຮາກທຽມໄດ້ຮັບການແກ້ໄຂ
- ເປັນວິທີການແກ້ໄຂປັນຫາຖາວອນ
- ການບົດຄ້ຽວອາຫານທີ່ດີຂື້ນເໝືອນແຂ້ວທຳມະຊາດ
- ທຳຄວາມສະອາດແລະດູແລງ່າຍ
ຂັ້ນຕອນການທຳສະພານແຂ້ວເທິງຮາກແຂ້ວທຽມ

ຂັ້ນຕອນທີ 1 : ວາງແຜນການຮັັກສາທັນຕະກຳຮາກທຽມ
ທັນຕະແພດຈະທຳການວາງແຜນການຮັກສາ ໂດຍສົ່ງໃຫ້ຖ່າຍເອກຊະເລແບບດິຈິຕອລ (ພາໂຮນາມິກເອກຊະເລ)
ແລະເອກຊະເລCT scan 3Dເພື່ອປະເມິນສະພາບຊ່ອງປາກແລະກະດູກບໍລິເວນທີ່ຈະທຳການຝັງຮາກທຽມ
ໃນລະຫວ່າງຂັ້ນຕອນການວາງແຜນການຮັກສາ ຫາກມີຂໍ້ສົງໃສເລື່ອງທາງເລືອກຂອງການຮັກສາຫຼືຂໍ້ດີຂໍ້ເສຍ ລວມເຖິງປະໂຫຍດແລະມີຄວາມສ່ຽງກະລຸນາແຈ້ງຫຼືສອບຖາມແພດໄດ້ໂດຍກົງ ໃນການຝັງຮາກທຽມ ຈຳເປັນຕ້ອງມີກະດູກໃຫ້ພຽງພໍຫາກບໍ່ມີກະດູກທີ່ພຽງພໍຕໍ່ການຝັງຮາກທຽມ ທັນຕະແພດຈະແນະນຳທຳການປູກຝັງກະດູກເພິ່ມ
ຂັ້ນຕອນທີ 1: ການຝັງຮາກທຽມ
ຫຼັງຍືນຍັນແຜນການຮັກສາລະຫວ່າງຕົວຜູ້ປ່ວຍແລະທັນຕະແພດແລ້ວ ທັນຕະແພດະທຳການຝັງຮາກແຂ້ວທຽມໂດຍທົ່ວໄປແລ້ວການຝັງຮາກແຂ້ວທຽມຈະໃຊ້ເວລາ30ນາທີເຖິງ1ຊົ່ວໂມງຕໍ່ເຫຼັມ ການກຳໜົດເວລາທີ່ໃຊ້ການຜ່າຕັດຝັງຮາກທຽມຈະແຕກຕ່າງກັນອອກໄປຂື້ນຢູ່ກັບວິທີການແລະປະເພດຂອງລະບົບຮາກແຂ້ວທຽມທີ່ທັນຕະແພດເລືອກໃຊ້ ການຝັງຮາກແຂ້ວທຽມມັກຈະທຳພາຍໃຕ້ຢາຊາ ທີ່ຄລິນິກທັນຕະກຳປະເທດໄທຂອງເຮົາທ່ານສາມາດເລືອກທີ່ຈະທຳການຜ່າຕັດຝັງຮາກທຽມໂດຍການວາງຢາສະລົບຫຼືການທຳຫັດຸະການ ພາຍໃຕ້ການກົດປະສາດອື່ນໆໄດ້
ໃນຕຳແໜ່ງການຝັງຮາກແຂ້ວທຽມເຫງືອກຈະຖຶກຍິບແລະມີຝາຄອບເພື່ອປ້ອງກັນເສດອາຫານຕິດຢູ່ທີ່ບໍລິເວນຂອບຂອງຮາກແຂ້ວທຽມ ຫຼັງຈາກນັ້ນທັນຕະແພດຈະທຳການກວດຕິດຕາມອາການແລະຕັດໄໝໂດຍທົ່ວໄປທັນຕະແພດຈະນັດປະມານ5ເຖິງ10ວັນຫລັງຈາກວັນທີ່ຝັງຮາກທຽມຮຽບຮ້ອຍແລ້ວ

ຂັ້ນທີ 2 : ການທຳສະພານແຂ້ວເທິງຮາກທຽມ
ຫຼັງຈາກຝັງຮາກທຽມຮຽບຮ້ອຍແລ້ວຈະຕ້ອງລໍຮາກທຽມປະສານລວມເຂົ້າກັບກະດູກລະຫວ່າງ2ເຖິງ6ເດືອນຫລືຫລາຍກວ່ານັ້ນ ຫລັງຈາກທີ່ຄົບກຳໜົດແລ້ວ
ທັນຕະແພດຈະທຳການນັດເຂົ້າເພື່ອຕິດຕາມອາການແລະກວດສອບວ່າຮາກທຽມໄດ້ປະສານງານລວມກັບກະດູກດີແລ້ວຫລືບໍ່ໂດຍການຖ່ສາຍເອກຊະເລພາໂຮນາມິກເພື່ອກວດສອບ
ຂັ້ນຕອນການພິມປາກສາມາດທຳໄດ້ໂດຍການສະແກນລະບົບດິຈິຕັລຫຼືການພິມປາກແບບປົກກະຕິທົ່ວໄປເມື່ອສຳເລັດຂັ້ນຕອນພິມປາກແລ້ວແບບຈຳລອງຈະຖຶກນຳສົ່ງທີ່ຫ້ອງປະຕິບັດການທັນຕະກຳເພື່ອທຳຊິ້ນງານສະພານແຂ້ວຂື້ນມາBIDHມີຫ້ອງປະຕິບັດການທັນຕະກຳແບບດິຈິຕອລພາຍໃນອາຄານຊຶ່ງທັນຕະແພດສາມາດອອກແບບຫລືກຳໜົດຮູບຮ່າງລັກຊະນະຂອງAbutmentແລະສະພານແຂ້ວທີ່ໃຊ້ວັສດຸເຊຣາມິກ ເຊີໂຄເນຍທັງໝົດໄດ້ ເພື່ອໃຫ້ມີຄວາມພໍດີກັບລັກຊະນະຂອງແຕ່ລະບຸກຄົນດ້ວຍເທກໂນໂລຍີCAD / CAMທີ່ມີໃນຫ້ອງປະຕິບັດການທັນຕະກຳ
ເທກໂນໂລຍີນີ້ສາມາດທຳຊິ້ນງານອອກມາໃຫສົມບູນແລະວ່ອງໄວຍິ່ງຂື້ນ ເມື່ອຊິ້ນງານສະພານຮຽບຮ້ອຍແລ້ວທັນຕະແພດຈະນຳຍືດຕິດກັບຮາກທຽມ

