ສະພານເທິງແຂ້ວຮາກແຂ້ວທຽມແບບທັງປາກຄືການຮັກສາໂດຍຮາກແຂ້ວທຽມນັ້ນຖຶກຝັງໄວ້ແລ້ວໃນແຕ່ລະຕຳແໜ່ງທັນຕະແພດທຳສະພານແຂ້ວຂື້ນມາໃໝ່ແລະທຳການຍືດເທິງຮາກທຽມຕາມແໜ່ງທີ່ກຳໜົດໄວ້ ຊຶ່ງຕ່າງຈາກສະພານແຂ້ວແບບhybrid All-on-4 ທີ່ມີແຂ້ວປອມ(Over denture)ຊິ້ນດຽວທີ່ຕິດຢູ່ກັບຮາກທຽມ
ສະພານເທິງແຂ້ວທຽມຮາກແຂ້ວທຽມທັງປາກຕ້ອງມີການການວາງແຜນເພິ່ມລະຫວ່າງສັນຍາແພດ້ານຮາກທຽມ ແລະທັນຕະແພດສະເພາະທາງດ້ານທັນຕະກຳປະດິດເພື່ອໃຫ້ໄດ້ຕຳແໜ່ງທີ່ຖຶກຕ້ອງເພື່ອໃຫ້ໄດ້ຕຳແໜ່ງຂອງການກັດທີ່ສົມມາດແລະຜົນລັບທີ່ສວຍງາມ
ການມີສະພານເທິງຮາກແຂ້ວທຽມແບບທັງປາກຮູບແບບຄ້າຍຄືກັບການແທນທີ່ຮາກແຂ້ວເດິມດ້ວຍຮາແຂ້ວທຽມສ່ວນສະພານແລະຄອບແຂ້ວນນັ້ນຖຶກສ້າງຂື້ນມາເພື່ອຍືດຕິດກັບຮາກທຽມ
ດ້ວຍແນວຄິດການຮັກສາຮາກແຂ້ວທຽມນີ້ຊ່ວຍໃຫ້ຜູ້ປ່ວຍມີແຂ້ວຊຸດໃໝ່ທີ່ມີອາຍຸການໃຊ້ງານທີ່ຍາວນານຂື້ນແລະການດູແລຮັກສາຄືແຂ້ວທຳມະຊາດທົ່ວແຕ່ຈະບໍ່ມີແຂ້ວຜຸເກິດຂື້ນ ການຮັກສານີ້ເປັນການທົດແທນແຂ້ວທີ່ສູນເສຍໄປ ຢ່າງເໝາະສົມ ແຕ່ການຮັກສານີ້ຕ້ອງມີກະດູກທີ່ພຽງພໍທີ່ຈະຮາກແຂ້ວທຽມໄດ້ທັງທີ່ຕຳດແໜ່ງແຂ້ວໜ້າແລະຫັງ
ປະໂຫຍດຂອງສະພານແຂ້ວແບບຕິດແໜ່ນທັງຂາກັນໄກຣ
ເມື່ອປຽບທຽບກັບທາງເລືອກອື່ນໆ ຂອງການປູກຮາກແຂ້ວທຽມແບບທັງປາາກມີຂໍ້ດີດັ່ງນີ້ :
- ສາມາດກັດແລະບົດຄ້ຽວອາຫານຄືແຂ້ວທຳມະຊາດ
- ງ່າຍຕໍ່ການດູແລຮັກສາແລະທຳຄວາມສະອາດ ບໍ່ວ່າການຮັກສາແບບແຂ້ວປອມເທິງຮາກທຽມຫລືແມ່ນແຕ່All-on-4 ກໍ່ຕ້ອງມີການດູແລຮັກສາເປັນຈຳເຊັ່ນກັນ
- ເບິ່ງເປັນທຳມະຊາດເມື່ອທຽບກັບແຂ້ວປອມຂອງ All-on-4 ແລະແຂ້ວປອມເທິງຮາກແຂ້ວທຽມ
ຂັ້ນຕອນສຳຫລັບສະພານເທິງຮາກແຂ້ວທຽມແບບທັງປາກ
ຂັ້ນຕອນທີ 1 : ການວິນິໃສແລະແຜນການຮັກສາ
ໃນລະຫວ່າງການວາງແຜນການຮັກສາທັນຕະແພດຈະໃຫ້ຄຳປຶກສາແລະຄຳແນະນຳກ່ຽວກັບຮາກແຂ້ວທຽມຫລັງຈາກການວິນິໃສຈາກພາບເອັກຊະເລພາໂນຮາມິກແລະເອັກຊະເລCT Scan 3ມິຕິ
ທັນຕະແພດສະເພາະທາງດ້ານຮາກແຂ້ວທຽມຈະກວດສະພາບກະດູກແລະຄວາມໜາແນ່ນຂອງມວນກະດູກເພື່ອກວດສອບເບິ່ງວ່າຈະເໝາະສົມຕໍ່ການທຳການຮັກສາ ປະເພດສະພານເທິງຮາກແຂ້ວທຽມແບບເຕັມປາກໄດ້ຫລືບໍ່ ຫາກມີກະດູກບໍ່ພຽງພໍໃນບໍລິເວນຫລັງດ້ານແຂ້ວຫັລງອາດຈະຕ້ອງມີແນະນຳໃຫ້ປູກເສີມກະດູກກ່ອນຫລືລະຫວ່າງການປູກຮາກທຽມ
ການຮັກສາານີ້ຕ້ອງມີການອອກແບບການລະບຸຕຳແໜ່ງຮາກທຽມໄວ້ຢ່າງຊັດເຈນຊຶ່ງເປັນສ່ວນສຳຄັນທີ່ສຸດເພື່ອທີ່ຈະລໍການໃສ່ສະພານແຂ້ວເທິງຮາກທຽມໃນອານາຄົດທັນຕະແພດອາດຈະໃຊ້ດິຈິຕອລຊອບແວຣ໌ເພື່ອວາງແຜນແລະລະບຸຕຳແໜ່ງຂອງຮາກແຂ້ວທຽມໄດ້ເຊັ່ນກັນ
ຂັ້ນຕອນທີ 2:ກວດສອບເບື້ງຕົ້ນແລະການຮັກສາ
ການຮັກສາປະເພດສະພານແຂ້ວເທິງຮາກແຂ້ວທຽມແບບທັງປາກນີ້ການລະບຸຕຳແໜ່ງຂອງຮາກທຽມທີ່ຊັດເຈນເປັນສ່ວນສຳຄັນທີ່ສຸດເພື່ອການທຳສະພານແຂ້ວຕໍ່ໄປ ທັນຕະແພດອາດຈະໃຊ້ດິຈິຕອລຊອບແວຣ໌ເພື່ອວາງແຜນລະບຸຕຳແນ່ງຂອງຮາກແຂ້ວທຽມ ແລະຂັ້ນຕອນການກຽມແຂ້ວປອມຊົ່ວຄາວແລະການຮັກສາອື່ນໆ (ຖ້າມີ) ຈະເລີ່ມຂື້ນຈາກນີ້
ການຜ່າຕັດຮາກແຂ້ວທຽມສາມາດທຳໄດ້ພາຍໃຕ້ການສີດຢາຊາສະເພາະທີ່ສຳຫລັບຜູ້ປ່ວຍນອກຫລືພາຍໃຕ້ການດົມຢາສະລົບສຳຫລັບຜູ້ປ່ວຍໃນ ຜູ້ປ່ວຍສາມາດປຶກສາກັບທັນຕະແພດສະເພາະທາງດ້ານຮາກທຽມໄດ້
ຂັ້ນຕອນທີ 3: ການຜ່າຕັດປູກຮາກແຂ້ວທຽມ
ໃນວັນທີ່ເຂົ້າຮັບການຜ່າຕັດທັນຕະແພດອາດຈະໃຫ້ຄຳແນະນຳເພິ່ມເຕິມກ່ອນທີ່ຈະເຂົ້າຮັບການຜ່າຕັດຈິ່ງ ຂື້ນຢູ່ກັບການເລືອກວິທີການຮັກສາດ້ວຍຢາຊາຫລືການດົມຢາສະລົບບຫາກຜູ້ເລືອກທີ່ຈະທຳຮັກສາພາຍໃຕ້ການດົມຢາສະລົບແນະນຳໃຫ້ນນຳຫຍາດດ້ວຍ ການປູກຮາກແຂ້ວທຽມທົ່ວໄປອາດຈະໃຊ້ເວລາປະມານ1ເຖິງ3ຊົ່ວໂມງເວລາທີ່ໃຊ້ຂື້ນຢູ່ກັບຕຳແໜ່ງແລະຈຳນວນຂອງຮາກທຽມ
ທີມທັນຕະແພດສະເພາະທາງດ້ານຮາກທຽມສ່ວນໃຫຍ່ຂອງເຮົາຍັງເປັນທັນຕະແພດຜູ້ຊຽວຊານດ້ານທັນຕະກຳປະດິດທີ່ໄດ້ຮັບການຮັບຮອງຈາກຄະນະກຳມະການຈາກປະເທດສະຫະລັດອາເມຣິກາ(American board) ທັນຕະແພດແຕ່ລະທ່ານມີຄວາມຊຽວຊານແລະມີປະສົບການຍາວນານກວ່າ10ປີ
ຂັ້ນຕອນທີ 4: ການທຳສະພານແຂ້ວແບບຕິດແໜ່ນ
ຫລັງການລໍຖ້າບາດແຜຫາຍເປັນລະຍະເວລາປະມານ3ເຖິງ6ເດືອນຫລືນານກວ່າ ທັນຕະແພດທັນຕະກຳປະດິດ ຈະທຳການນັດໝາຍໃຫ້ຜູ້ປ່ວຍເຂົ້າຮັບການກວດປະເມິນສະພາບກະດູກ ໂດຍການເອັກຊະເລພາໂຣນາມິກເພື່ອໃຫ້ແນ່ໃຈວ່າກະດູກນັ້ນປະສານຮວມກັນຢ່າງດີແລ້ວຫລືບໍ່
ຈາກນັ້ນສະພານແຂ້ວຈະຖຶກສັ່ງທຳຂື້ນໃນຫ້ອງປະຕິບັດການທັນຕະກຳແລະນຳຊິ້ນງານຍືດຕິດໃຫ້ພໍດີກັບຕຳແໜ່ງຂອງຮາກແຂ້ວທຽມBIDH ມີຫ້ອງປະຕິບັດການທັນຕະກຳດິຈິຕອລ ເຊີໂຄເນຍ ເຊຣາມິກ ພາຍໃນອາຄານແລະສາມາດປັບແຕ່ງAbutmentແລະຄວບຄຸມເສດສີສະເພາະຂອງຊີ້ນງານນັ້ນໆໄດ້
ຫ້ອງປະຕິບັດການທັນຕະກຳຕົວເລືອກການຮັກສາຮາກແຂ້ວທຽມແບບເຕັມກາມ
ຮາກແຂ້ວທຽມແບບເຕັມກາມ








